ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໜ່ວຍ​ສິລະ​ປະ​ສະໝັກ​ຫຼິ້ນທະຫານ​ແຂວງຊຽງ​ຂວາງ ສະແດງ​ຜ່ານ​ລາຍການ

     ກາງ​ເດືອນກັນຍາ ຜ່ານ​ມາ​ນີ້, ໜ່ວຍ​ສິລະ​ປະ​ສະໝັກຫຼິ້ນ ກອງ​ບັນຊາ​ການ​ທະຫານ​ແຂວງ​ຊຽງ​ຂວາງ ໄດ້​ເຝິກ ຊ້ອມ​ສະແດງ​ຜ່ານ​ລາຍການ​ເປັນ​
ຮອບ​ທີ 2 ໂດຍ​ມີ ສະຫາຍ ພົນ​ຈັດຕະວາ ຂັນ​ທອງ ວົງ​ອຳ​ຄາ ຫົວໜ້າ​ການເມືອງ​ກອງ​ບັນຊາ​ການ​ທະຫານ​ແຂວງຊຽງ​ຂວາງ, ມີ​ຄະນະ​ພັກ-ຄະນະ​ບັນ
ຊາ​ອົງການ 5 ຫ້ອງ, ພະແນກການທີ່​ກ່ຽວຂ້ອງຕະຫຼອດ​ຮອດ​ພະນັກງານ-ນັກຮົບ ​ເຂົ້າ​ຮ່ວມ​ຮັບ​ຊົມ ແລະ ຮັບ​ຟັງ. ເຊິ່ງ​ລາຍການ​ທີ່​ນຳ​ມາ​ສະແດງ​ຄັ້ງ​ນີ້:
ປະກອບ​ມີ​ບົດເພງ 2 ບົດ ແລະ ຂັບ​ລຳ 2 ບົດ ເພື່ອ​ກະກຽມ​ເຂົ້າ​ແຂ່ງຂັນງານ​ແຂ່ງຂັນ​ນັກ​ຮ້ອງ-ຂັບ​ລຳ​ສຽງ​ດີ ທົ່ວ​ກອງທັບ ​ຄັ້ງ​ທີ IV ທີ່​ກອງ​ບັນຊາ​
ການ​ທະຫານ​ແຂວງ​ຊຽງ​ຂວາງ​ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ ແນໃສ່​ເພື່ອ​ຕ້ອນຮັບ​ວັນ​ສ້າງຕັ້ງ​ກອງທັບ​ປະ​ຊົນ​ຊົນ​ລາວ ຄົບຮອບ 75 ປີ ໃຫ້​ມີ​ບັນຍາກາດ
​ຟົດຟື້ນ​ມ່ວນ​ຊື່ນຍູ້​ແຮງ​ຂະ​ບວນ​ການ​ລວມ​ຂອງ​ກົມ​ກອງ; ສຳລັບ​ບົດ​ເພງ-ຂັບ​ລຳ​ດັ່ງກ່າວ ເປັນ​ບົດ​ເພງ-ຂັບ​ລຳ​ທີ່​ປະດິດ​ຄິດ​ແຕ່ງ​ຂຶ້ນ​ໃໝ່ ເຊິ່ງ​ແຕ່​ລະ​ບົດ​
ນັ້ນລ້ວນ​ແລ້ວແຕ່ສ່ອງ​ແສງ​ເຖິງ​ມູນເຊື້ອ, ການ​ກຳເນີດ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຂອງກອງທັບ​ປະຊາຊົນ​ລາວ ແລະ ຄວາມ​ຈະເລີນ​ຮຸ່ງເຮືອງ​ສີວິໄລຂອງ​
ປະເທດ​ຊາດ, ຄວາມ​ຢູ່​ເຢັນເປັນ ​ສຸກ​ຂອງ​ປວງ​ຊົນ​ລາວ​ທັງຊາດຈາກ​ການ​ເຝິກຊ້ອມ ແລະ ສະແດງ​ຜ່ານ​ຕົວ​ຈິງນັກ​ຮ້ອງ-ນັກ​ຂັບ​ລຳ ສາມາດ​ສະແດງ​ພະ
ລັງ​ສຽງ, ລີລາ​ທ່າ​ຈັງຫວະ​ຂອງ​ຕົນ​ອອກ​ມາ​ໄດ້​ດີ​​ສົມຄວນ. ໃນ​ຕອນ​ທ້າຍ ຄະນະ​ພັກ-ຄະນະ​ບັນຊາ​ກອງ​ບັນຊາ​ການທະຫານ​ແຂວງຊຽງ​ຂວາງ ​ໄດ້​ສະ
ແດງ​ຄວາມ​ຍ້ອງຍໍຊົມເຊີຍຕໍ່ນັກ​ຮ້ອງ-ນັກ​ຂັບ​ລຳທີ່​ສາມາດເຝິກຊ້ອມ ແລະ ສະແດງຜ່ານລາຍ ການ​ອອກ​ມາ​ໄດ້​ດີ ພ້ອມທັງຮຽກຮ້ອງ​ໃຫ້​ສຸມ​ໃສ່​ການ​
ເຝິກຊ້ອມ​ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ ເພື່ອ​ຍາດ​ຊີງ​ເອົາ​ລາງວັນ​ອັນ​ສູງ​ສຸດ ແລະ ສົມ​ກຽດມາ​ໃຫ້​ກົມ​ກອງ. ໃນ​ໂອກາດ​ທີ່​ໜ່ວຍ​ສິລະ​ປະສະແດງ​ຜ່ານ​ລາຍການ​
ໃນ​ຄັ້ງ​ນີ້ ອົງ​ການຈັດຕັ້ງ​ຊາວ​ໜຸ່ມ-ແມ່ຍິງ ໄດ້​ນຳ​ເອົາ​ວັດຖຸ​ປັດໄຈ​ຈຳນວນ​ໜຶ່ງມາ​ມອບ​ໃຫ້​ໜ່ວຍ​ສິລະ​ປະ​ສະໝັກຫຼິ້ນຕື່ມ​ອີກ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 04/10/2023